|
ໂຮງແຮມອ່າງຄຳຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ເຊີ່ງມີຄວາມສະດວກສະບາຍໃນການໄປ - ມາຫາແຫຼ່ງທ່ອງທ່ຽວ
ຕ່າງໆນະຄອນຫຼວງວຽງຈັນ ແມ່ນດີນແດນທີ່ຫງຽບສະຫງົບ ມີວັດວາອາຮາມ, ມີປະຫວັດຕິສາດຄວາມເປັນມາທີ່ໜ້າ
ສົນໃຈຫຼາຍແຫ່ງ ເຊີ່ງມີຄຸນຄ່າໃນການທ່ຽວຊົມ.ພຽງແຕ່ 5ກິໂລແມັດ
ຈາກຮ້ານຂາຍເຄື່ອງໃນຕະຫຼາດເຊົ້າ,
ຫໍພິພິດ
ທະພັນແຫ່ງຊາດລາວ, ປະຕູໄຊ, ຫໍພິພິດທະພັນຂອງກອງທັບ ແລະ ພະທາດຫຼວງວຽງຈັນ.
ຢູ່ໃກ້ໆໂຮງແຮມຂອງພວກເຮົາຍັງມີບ່ອນທ່ຽວຊົມທີ່ທ່ານສາມາດໄປມາໄດ້ສະດວກເຊັ່ນ:
ຫໍພິພິດທະພັນທ່ານໄກສອນ:
ຊົມຫໍພິພິດທະພັນທ່ານໄກສອນພົມວິ
ຫານຜູ້ນຳທີ່ແສນເຄົາລົບຂອງ
ປວງ
ຊົນລາວ.
ຕອນເຊົ້າເປີດໃຫ້ເຂົ້າຊົມເວລາ 8:00 -
11:30 ຕອນແລງ
ເປີດເວລາ 14:00 -
16:30 (ວັນອັງຄານ ເຖີງວັນສຸກ)
ຄ່າເຂົ້າຊົມ
5000 ກີບ/ຄົນ.
ພະທາດຫຼວງ:
ທ່ຽວຊົມພະາທດຫຼວງ, ພະທາດສີຄຳທີ່ຖືກເຊື່ອຖືວ່າມີກະດູກຂອງພະ
ພຸດທະເຈົ້າ
ບັນຈຸຢູ່ທາງໃນ. ພະທາດຫຼວງຖືກສ້າງຂື້ນໃນ
ປີ 1566
ເພື່ອເປັນມີ່ງຂວັນ ແລະ
ສັນຍາລັກຂອງຊາດລາວທັງຊາດ,
ນອກ
ຈາກນັ້ນ
ພະທາດຫຼວງ ຍັງເປັນສີ່ງທີ່ສະແດງເຖີງ
ຮີດຄອງປະເພນີ
ອັນດີງາມຂອງຊາດ
ລາວອີກດ້ວຍ. ບຸນນະມັດສະການພະທາດ
ຫຼວງ ແມ່ນໄດ້ຈັດຂື້ນທຸກໆ ປີໃນມື້ຂື້ນ
15ຄ່ຳ ຂອງເດືອນພະຈິກ,
ໃນນັ້ນ ງານບຸນໄດ້ດຳເນີນໄປເປັນວລາ ໜື່ງອາທິດ
ພາຍໃນບຸນ
ຈະມີການຄົບງັນຕາມຮອງ ຄອງປະເພນີອັນດີງາມຂອງລາວເຮົາ ນອກຈາກນັ້ນທ່ານ ຍັງສາມາດຊື້ເຄື່ອງທີ່ເປັນຜະລິດຕະພັນທັງຈາກ
ພາຍໃນແລະ ຕ່າງປະເທດໄດ້ອີກດ້ວຍ.
ຕອນເຊົ້າເປີດເວລາ 8:00 - 12:00, ຕອນສວາຍເປີດເວລາ 13:00 - 16:00 (ວັນຈັນ ກາວັນອາທິດ) ຄ່າເຂົ້າຊົມ 5000 ກີບ/ຄົນ.
|